ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວວ່າຢູ່ລາວ "ມັນອັນຕຣາຍ"
Anonymous

Date:
ຄົນລາວວ່າຢູ່ລາວ "ມັນອັນຕຣາຍ"
Permalink   


ຊາວລາວ ເວົ້າວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເປັນບັນຫາ ໃຫຍ່ ແລະ ເປັນປະເດັນ ສໍາຄັນ ທີ່ສ້າງ ຄວາມເປັນຫ່ວງ ໃນສັງຄົມ.

f-vientiane

RFA

ຊາວລາວ ໃນ ນະຄອນຫລວງ ວຽງຈັນ ແຕ່ລະມື້ ອອກຈາກບ້ານ ທໍາພາລະກິດ ຫາລ້ຽງຊີພ ມັກສງົບ. ບ້ານເມືອງ ຮ້ອນຮົນ ອົນລະວົນ ຂື້ນກັບຜູ້ນໍາ ທີ່ຈະແກ້ໄຂ ໃຫ້ຖືກຕ້ອງ

 

ຊາວລາວ ຈໍານວນນຶ່ງ ສະແດງຄວາມເຫັນ ກ່ຽວກັບ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ, ຊຶ່ງມາຮອດປັຈຈຸບັນນີ້ ກໍເປັນເວລາ 3 ສັປດາແລ້ວ, ແຕ່ຍັງບໍ່ທັນມີວິແວວ ແລະ ຄວາມຄືບໜ້າ ຂອງການຫາຍສາບສູນໄປ ຈາກໜ່ວຍງານ ຂອງພາກຣັຖ ແຕ່ຢ່າງໃດ. ຊາວລາວ ທ່ານນຶ່ງ ເວົ້າໃນຕອນນຶ່ງ ວ່າ:

“ຢູ່ລາວ ມັນອັນຕຣາຍ ເຣື້ອງທ່ານສົມບັດ ນີ້ ບໍ່ແມ່ນເຣື້ອງນ້ອຍ ເຣື້ອງໃຫຍ່ ແຕ່ລະອົງການ ຂອງ NGO (ອົງການ ທີ່ບໍ່ຂຶ້ນກັບຣັຖບານ) ຂະເຈົ້າ ກໍມາຮຽກຮ້ອງ ໃຫ້ມີເວົ້າເຣື້ອງສິທທິມະນຸສ ແຕ່ວ່າ ເປັນຫຍັງ ຈຶ່ງບໍ່ປ່ອຍ ແລະ ກໍບໍ່ມີພາກສ່ວນໃດ ມາຮັບຜິດຊອບວ່າ ໃຜເປັນຜູ້ຈັບຕົວໄປ.”

ມາເຖິງປັດຈຸບັນນີ້ ຍັງບໍ່ມີໃຜຮູ້ຄວາມຈິງ ມີພຽງແຕ່ ຄາດຄະເນໄປ ຕ່າງໆນາໆ, ຊຶ່ງສ່ວນຫລາຍແລ້ວ ຈະເລັ່ງໄປ ເຣື້ອງການເມືອງ ຫລາຍກ່ວາ ເຣື້ອງສ່ວນຕົວ. ແຕ່ວ່າ ໃນປະເທດລາວ, ຄົນລາວ ໂດຍທົ່ວໄປ ຈະບໍ່ສາມາດ ເວົ້າເຣື້ອງ ການຫາຍສາບສູນ ຂອງທ່ານ ສົມບັດ ໄດ້ ເພາະ ຂະເຈົ້າ ຄຶດວ່າ ເປັນເຣື້ອງການເມືອງ, ພ້ອມທັງ ກໍບໍ່ມີຫລັກຖານ ຈະແຈ້ງ ແລະ ຄົນທີ່ເວົ້າ ກໍອາດຈະໄດ້ຮັບຄວາມເດືອນຮ້ອນ ມາເຖິງຕົວ.

ໃນຂະນະດຽວກັນ, ຊາວລາວ ອີກຜູ້ນຶ່ງ ກໍໄດ້ສະແດງຄວາມຄຶດເຫັນ ຜ່ານທາງວິທຍຸ ເອເຊັຍເສຣີ ວ່າ ໃນເມື່ອຫລັກຖານ ໄດ້ສະແດງໃຫ້ເຫັນ ຢ່າງແຈ່ມແຈ້ງ ໃນກ້ອງວົງຈອນປິດແລ້ວ, ເປັນຫຍັງ ທາງການຈຶ່ງບໍ່ສາມາດ ຫາໂຕພົບ ຫລືວ່າ ຄອງຄອຍ ຫາຫລັກຖານຫຍັງ ເພີ້ມຕື່ມ:

“ກ່ຽວກັບ ເຣື້ອງຂອງທ່ານ ສົມບັດ ກໍດັງຢູ່ ແລ້ວເປັນຫຍັງ ຈຶ່ງຈັບບໍ່ໄດ້ ຖ້າສິຈັບ ກໍບໍ່ເຂົ້າໃຈ ຝ່າຍຣົຖ ເຈົ້າກໍຮູ້ວ່າ ຂອງຜູ້ໃດ ເພາະວ່າ ມັນຂຶ້ນ ເຈົ້າເບິ່ງທະບຽນ ເຈົ້າໂທຫາກົມ ກໍຮູ້ ວ່າ ຣົຖຄົນນີ້ ຣົຖຜູ້ໃດ ຂະເຈົ້າ ກໍຮູ້ໝົດ.”

ທ່ານ ສົມບັດ ສົມພອນ, ເປັນນັກພັທນາ ອາວຸໂສ ຂອງລາວ, ເຈົ້າຂອງລາງວັນ ແມັກໄຊໄຊ໋ ສາຂາບໍຣິການຊຸມຊົນ ແລະ ເປັນຜູ້ກໍ່ຕັ້ງ ສູນຝຶກອົບຮົມ ຮ່ວມພັທນາ ຖືກລັກພາຕົວໄປ ເມື່ອວັນທີ 15 ເດືອນທັນວາ ປີ 2012 ແລະ ມີຂໍ້ມູນວ່າ ໃນມື້ນັ້ນ ທ່ານ ສົມບັດ ຖືກຕໍາຣວດ ຢຸດຣົຖ ເພື່ອກວດເອກສານ ໃນຣະຫວ່າງ ທ່ານເດີນທາງ ກັບບ້ານ.

free asia



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard