ຕ່າງໆຂອງສາກົນແລະລະດັບຊາດເຊັ່ນວັນເດັກນອ້ຍ,ວັນກຳມະກອນ,ວັນແມ່ຍິງ
ວັນນັ້ນວັນນີ້,ວັນປູກຕົ້ນໄມ້ແລະອື່ນໆ ແຕ່ໃນຄວາມເປັນຈິງຂອງສະພາບປັດຈຸບັນໃນລາວສຳພັດລ້ວນແຕ່ມີບັນຫາ
ເຊັ່ນ ການຕັດໄມ້ທຳລາຍປ່າ,ການຄ້າມະນຸດ,ການທຳລາຍສະພາບແວດລອ້ມ
ການບໍ່ເອົາໃຈໃສ່ເດັກນອ້ຍໃນຊົນນະບົດແລະອື່ນໆລ້ວນແຕ່ເປັນບັນຫາ ຂ້າພະເຈົ້າເຫັນວ່າແນວທາງນະໂຍບາຍຂອງພັກລັດນັ້ນເບິ່ງແມ່ນເປັນການດີ ເຫັນຄວາມສຳຄັນໃນວຽກງານດັ່ງກ່າວ
ແຕ່ໃນການປະຕິບັດຕົວຈິງນັ້ນບໍ່ໄດ້ຕາມຄາດໝາຍຢ່າງຫລວງຫລາຍ.
ຕົວຢ່າງຍົກສູງວັນເດັກນອ້ຍ,ວັນປູກຕົ້ນໄມ້ແຫ່ງຊາດໃນທາງທິດສສະດີຊື່ໆ
ແຕ່ໃນທາງຕົວຈິງ ນອກຈາກບໍ່ມີການປູກຕົ້ນໄມ້ທົດແທນທີ່ມີປະສິດທິພາບແລ້ວ ລາວຍັງອານຸຍາດການທຳລາຍປ່າຢ່າງຫລວງຫລາຍໃນທົ່ວປະເທດ.
ລັດເຫັນຄວາມສຳຄັນຂອງເດັກແຕ່ສະແດງອອກພຽງມື້ດຽວຄືວັນທີນຶ່ງເດືອນຫົກ ໂດຍວັນອື່ນໆແລ້ວບໍ່ມີກິດຈະການຫລືແຜນການພັດທະນາຫລືເສີມສ້າງ ແລະຍົກລະດັບສຸຂະພາບແມ່ແລະເດັກໃນຊົນນະບົດ, ພັດທະນາການສືກສາແລະສ້າງໂຮງຮຽນທີ່ໜ້າຮຽນໃນເຂດຫ່າງໄກສອກຫລີກແລະອື່ນໆ.
ສະຫຼອງຕົບຕາສາກົນເພື່ອຍາດແຍ່ງການຊ່ອຍເຫຼືອ.