ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ເລຂາທິການ​ໃຫຍ່ ປະທານ​ປະເທດ ຢ້ຽມຢາມ ໂຄງການ​ພາກ​ຂະຫຍາຍ​ຂອງ​ເຂື່ອນ ເທີນ-ຫີນ​ບູນ
Anonymous

Date:
ເລຂາທິການ​ໃຫຍ່ ປະທານ​ປະເທດ ຢ້ຽມຢາມ ໂຄງການ​ພາກ​ຂະຫຍາຍ​ຂອງ​ເຂື່ອນ ເທີນ-ຫີນ​ບູນ
Permalink   


ເລຂາທິການ​ໃຫຍ່ ປະທານ​ປະເທດ ຢ້ຽມຢາມ ໂຄງການ​ພາກ​ຂະຫຍາຍ​ຂອງ​ເຂື່ອນ ເທີນ-ຫີນ​ບູນ

DSC_5448lao-2.jpg

(​ຂປລ): ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ເລຂາທິການ​ໃຫຍ່, ປະທານ​ປະເທດ ແຫ່ງ ສ.ປ.ປ.ລາວ ພ້ອມ​ຄະນະ​ເດີນ​ຢ້ຽມຢາມ​ໂຄງການ​ພາກ​ຂະຫຍາຍ​ຂອງ​ເຂື່ອນ ເທີນ-ຫີນ​ບູນ ໂດຍ​ການ​ຕ້ອນຮັບ​ຂອງ​ທ່ານ ສຸ​ລີ​ວົງ ດາລາ​ວົງ, ລັດ​ຖະ ມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ພ້ອມ​ພະນັກງານ​ບໍລິສັດ ເທີນ-ຫີນ​ບູນ ພາ​ເວີ ຈຳກັດ ຢູ່​ບ້ານ​ຄູນ​ຄຳ, ເມືອງ​ຄູນ​ຄຳ ແຂວງ​ຄຳ​ມ່ວນ ໃນ​ວັນ​ທີ 8 ມັງກອນ 2013 ນີ້.

ໃນ​ໂອກາດ​ດັ່ງກ່າວ ທ່ານ ສຸ​ລິ​ວົງ ດາລາ​ວົງ, ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໄດ້​ຂຶ້ນ​ລາຍ​ງານ​ຄວາມ​ເປັນ​ມາ​ຂອງ​ບໍລິສັດ ແລະ ຄວາມ​ພ້ອມໃນ​ການກະກຽມ ​ຂອງ​ການ​ສະເຫລີມສະຫລອງ ເປີດ​ການ​ນຳ​ໃຊ້​ໂຄງການ​ພາກ​ຂະຫຍາຍ​ຂອງ​ເຂື່ອນ ເທີນ-ຫີນ​ບູນ ໃນ​ວັນ​ທີ 11 ມັງກອນ 2013 ວ່າ: ໂຄງການ​ກໍ່ສ້າງ​ໄຟຟ້າ​ນ້ຳຕົກ ເທີນ- ຫີນ​ບູນ ພາກ​ ຂະຫຍາຍ ມີ​ກຳລັງ​ຕິດ​ຕັ້ງ 500 ເມ​ກາ​ວັດ ຄື: ເຂື່ອນ​ໄຟຟ້າ​ນ້ຳ​ຍ່ວງ​ມີ​ກຳລັງ​ຕິດ​ຕັ້ງ(2X30MW)=60 MW, ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ສະເລ່ຍ 310 GWhຕໍ່​ປີ. ເຂື່ອນ​ ໄຟຟ້າ​ເທີນ-ຫີນ​ບູນ​ພາກ​ຂະຫຍາຍ ມີ​ກຳລັງ​ຕິດ​ຕັ້ງ (1 X 220 MW)= 220 MW ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ສະເລ່ຍ 1440 GWhຕໍ່​ປີ, ເຂື່ອນ​ໄຟຟ້າ ເທີນ-ຫີນ​ບູນ ປະຈຸ​ບັນ ມີ​ກຳລັງ​ຕິດ​ຕັ້ງ (2X110 MW)= 220 MW, ສາມາດ​ຜະລິດ​ໄຟຟ້າ​ສະເລ່ຍ 1.440 GWh ຕໍ່​ປີ ລວມ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 500 MW, ສາມາດ​ຜະລິດ​ໄຟຟ້າ​ສະເລ່ຍ 3.000 GWhຕໍ່​ປີ. ມູນ​ຄ່າ​ການ​ກໍ່ສ້າງ​ຂອງ​ໂຄງການ​ປະມານ 720 ລ້ານ​ໂດ​ລາ​ສະຫະລັດ, ໃນ​ນີ້ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ​ຖື​ຮຸ້ນ 60%.

ບໍລິສັດ​ໄຟຟ້າ ເທີນ-ຫີນ​ບູນ ພາ​ເວີ ຈຳກັດ ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ລັດຖະບານ ໃນ​ຕະຫລອດ​ໄລ ຍະ 12 ປີ ຜ່ານ​ມາ ຫລາຍ​ກວ່າ 300 ລ້ານ​ໂດ​ລາ​ສະຫະລັດ ເຂົ້າ​ໃນ​ການ​ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ ຂອງ ສ.ປ.ປ. ລາວ ແລະ ສ້າງ​ວຽກ​ເຮັດ​ການ​ທຳ​ໃຫ້​ແກ່​ປະຊາຊົນ ຫລາຍ​ກວ່າ 3.000 ຄົນ​ໃນ​ໄລຍະ​ກໍ່ສ້າງ​ໂຄງການ​ທີ່​ໄດ້​ຮັບ​ຜົນ​ປະໂຫຍດ ແລະ 97% ຂອງ​ພະນັກງານ​ໃນ​ບໍລິສັດ​ແມ່ນ​ຄົນ​ລາວ.

ໃນ​ໂອກາດ​ດັ່ງກ່າວ​ນີ້ ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ເລຂາທິການ​ໃຫຍ່, ປະທານ​ປະເທດ ແຫ່ງ ສ.ປ.ປ. ລາວ ກໍ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຜົນງານ​ຂອງ​ບໍລິສັດ​ໄຟຟ້າ ເທີນ-ຫີນ​ບູນ ພາ​ເວີ ຈຳກັດ ກໍ​ຄືພະນັກງານ-ກຳມະກອນທຸກໆ​ຄົນ ທີ່​ສາມາດ​ຍາ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ທັງໄດ້​ເນັ້ນ​ໃຫ້​ບໍລິສັດ​ໄຟຟ້າ ເທີນ-ຫີນ​ບູນ ພາ​ເວີ ຈຳກັດ ເອົາໃຈໃສ່ກໍ່ ສ້າງ​ຊັບພະຍາກອນ​ມະນຸດ, ສ້າງ​ພະນັກງານ​ວິຊາ​ການ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ຫຼາຍ ແລະ ມີ​ຄວາມ​ຊຳນານ​ງານ ເພື່ອ​ສືບຕໍ່​ສ້າງ​ຜົນງານ ກໍ​ຄືການ​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ ເຂື່ອນດັ່ງກ່າວ ໃຫ້​ມີ​ຜົນ​ປະໂຫຍດ​ສູງ​ສຸດຕໍ່​ປະເທດຊາດ./.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard