ເລຂາທິການໃຫຍ່ ປະທານປະເທດ ຢ້ຽມຢາມ ໂຄງການພາກຂະຫຍາຍຂອງເຂື່ອນ ເທີນ-ຫີນບູນ
(ຂປລ): ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ.ປ.ປ.ລາວ ພ້ອມຄະນະເດີນຢ້ຽມຢາມໂຄງການພາກຂະຫຍາຍຂອງເຂື່ອນ ເທີນ-ຫີນບູນ ໂດຍການຕ້ອນຮັບຂອງທ່ານ ສຸລີວົງ ດາລາວົງ, ລັດຖະ ມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມພະນັກງານບໍລິສັດ ເທີນ-ຫີນບູນ ພາເວີ ຈຳກັດ ຢູ່ບ້ານຄູນຄຳ, ເມືອງຄູນຄຳ ແຂວງຄຳມ່ວນ ໃນວັນທີ 8 ມັງກອນ 2013 ນີ້.
ໃນໂອກາດດັ່ງກ່າວ ທ່ານ ສຸລິວົງ ດາລາວົງ, ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນລາຍງານຄວາມເປັນມາຂອງບໍລິສັດ ແລະ ຄວາມພ້ອມໃນການກະກຽມ ຂອງການສະເຫລີມສະຫລອງ ເປີດການນຳໃຊ້ໂຄງການພາກຂະຫຍາຍຂອງເຂື່ອນ ເທີນ-ຫີນບູນ ໃນວັນທີ 11 ມັງກອນ 2013 ວ່າ: ໂຄງການກໍ່ສ້າງໄຟຟ້ານ້ຳຕົກ ເທີນ- ຫີນບູນ ພາກ ຂະຫຍາຍ ມີກຳລັງຕິດຕັ້ງ 500 ເມກາວັດ ຄື: ເຂື່ອນໄຟຟ້ານ້ຳຍ່ວງມີກຳລັງຕິດຕັ້ງ(2X30MW)=60 MW, ສາມາດຜະລິດພະລັງງານໄຟຟ້າສະເລ່ຍ 310 GWhຕໍ່ປີ. ເຂື່ອນ ໄຟຟ້າເທີນ-ຫີນບູນພາກຂະຫຍາຍ ມີກຳລັງຕິດຕັ້ງ (1 X 220 MW)= 220 MW ສາມາດຜະລິດພະລັງງານໄຟຟ້າສະເລ່ຍ 1440 GWhຕໍ່ປີ, ເຂື່ອນໄຟຟ້າ ເທີນ-ຫີນບູນ ປະຈຸບັນ ມີກຳລັງຕິດຕັ້ງ (2X110 MW)= 220 MW, ສາມາດຜະລິດໄຟຟ້າສະເລ່ຍ 1.440 GWh ຕໍ່ປີ ລວມກຳລັງຕິດຕັ້ງທັງໝົດ 500 MW, ສາມາດຜະລິດໄຟຟ້າສະເລ່ຍ 3.000 GWhຕໍ່ປີ. ມູນຄ່າການກໍ່ສ້າງຂອງໂຄງການປະມານ 720 ລ້ານໂດລາສະຫະລັດ, ໃນນີ້ ລັດວິສາຫະກິດໄຟຟ້າລາວຖືຮຸ້ນ 60%.
ບໍລິສັດໄຟຟ້າ ເທີນ-ຫີນບູນ ພາເວີ ຈຳກັດ ສາມາດສ້າງລາຍຮັບໃຫ້ແກ່ລັດຖະບານ ໃນຕະຫລອດໄລ ຍະ 12 ປີ ຜ່ານມາ ຫລາຍກວ່າ 300 ລ້ານໂດລາສະຫະລັດ ເຂົ້າໃນການ ພັດທະນາພື້ນຖານໂຄງລ່າງເສດຖະກິດ ຂອງ ສ.ປ.ປ. ລາວ ແລະ ສ້າງວຽກເຮັດການທຳໃຫ້ແກ່ປະຊາຊົນ ຫລາຍກວ່າ 3.000 ຄົນໃນໄລຍະກໍ່ສ້າງໂຄງການທີ່ໄດ້ຮັບຜົນປະໂຫຍດ ແລະ 97% ຂອງພະນັກງານໃນບໍລິສັດແມ່ນຄົນລາວ.
ໃນໂອກາດດັ່ງກ່າວນີ້ ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ.ປ.ປ. ລາວ ກໍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງບໍລິສັດໄຟຟ້າ ເທີນ-ຫີນບູນ ພາເວີ ຈຳກັດ ກໍຄືພະນັກງານ-ກຳມະກອນທຸກໆຄົນ ທີ່ສາມາດຍາໄດ້ໃນໄລຍະຜ່ານມາ. ພ້ອມທັງໄດ້ເນັ້ນໃຫ້ບໍລິສັດໄຟຟ້າ ເທີນ-ຫີນບູນ ພາເວີ ຈຳກັດ ເອົາໃຈໃສ່ກໍ່ ສ້າງຊັບພະຍາກອນມະນຸດ, ສ້າງພະນັກງານວິຊາການ ທີ່ມີຄວາມຮູ້ຄວາມສາມາດໃຫ້ຫຼາຍ ແລະ ມີຄວາມຊຳນານງານ ເພື່ອສືບຕໍ່ສ້າງຜົນງານ ກໍຄືການປົກປັກຮັກສາ ແລະ ນຳໃຊ້ ເຂື່ອນດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ./.