ທະຫານເຂດ 4 ສສ ຫວຽດນາມມອບ ເງິນ 500 ລານດົງໃຫແກແຂວງຊຽງຂວາງ
ໃນຕອນແລງວັນທີ 6 ມັງກອນ 2013 ນີ້ຄະນະຜູ້ແທນທະຫານເຂດ 4 ສສ ຫວຽດນາມໄດ້ມອບເງິນອຸປະຖຳຈຳນວນ 500 ລ້ານດົງໃຫ້ແກ່ແຂວງຊຽງຂວາງ ເພື່ອປະກອບສ່ວນໃນການກໍ່ສ້າງອະນຸສາວະລີນັກຮົບປະຕິວັດກ່າວມອບໂດຍແມ່ນສະຫາຍພົນຈັດຕະວາ ວໍວັນຫວຽດຫົວຫນ້າການເມືອງທະຫານເຂດ 4 ສສ ຫວຽດນາມແລະຮັບໂດຍ ສະຫາຍພັນເອກຄຳສະເຫວີຍສິນທະນູໄຊຄະນະປະຈຳພັກແຂວງ, ຫົວຫນ້າກອງບັນຊາການທະຫານແຂວງຊຽງຂວາງໂດຍຊ້ອງຫນ້າສະຫາຍ ສຈ.ດຣ. ສົມກົດມັງຫນໍ່ເມກກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ. ເງິນຈຳນວນດັ່ງກ່າວນີ້ແມ່ນຈະໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງອະນຸສາວະລີນັກຮົບນິລະນາມທີ່ຫ້ວຍຄຳ ບ້ານຄັງໄຂເມືອງແປກແຂວງຊຽງຂວາງ ເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ທີ່ໄດ້ເສຍສະຫລະຊີວິດ ເພື່ອປະເທດຊາດ ແລະປະຊາຊົນລາວ, ເພື່ອໃຫ້ຄົນຮຸ່ນຫລັງໄດ້ຮັບຮູ້ບຸນຄຸນເຖິງນັກຮົບປະຕິວັດແລະເປັນສະຖານທີ່ກາບໄຫວ້.
(ໂດຍ: ບຸນມີແສງທຸມມີ)
ຂາຍໄມ້ລາວແລ້ວເອົາເງີນໃຫ້ລາວຕິ?